ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫ້ອງວ່າການກະຊວງປ້ອງກັນປະເທດ ສະຫຼຸບຕີລາຄາການຈັດຕັັ້ງ
ປະຕິບັດວຽກງານຮອດ້ານ ປະຈໍາປີ 2023


ສະຫາຍ ພົນຕີ ສາຍໃຈ ກົມມະສິດ ກຳມະການປະຈຳພັກກະຊວງ, ເລຂາຄະນະພັກອົງການຫ້ອງວ່າການກະຊວງ, ຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ ​ເປັນ​ປະທານ

     ວັນທີ 28 ທັນວາ 2023 ນີ້, ຫ້ອງວ່າການ ກະຊວງປ້ອງກັນປະເທດ ໄດ້ສະຫຼຸບຕີລາຄາການຈັດຕັັ້ງປະຕິບັດວຽກງານຮອບດ້ານ
ປະຈໍາປີ 2023, ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນຕີ ສາຍໃຈ ກົມມະສິດ ກຳມະການປະຈຳພັກກະຊວງ, ເລຂາຄະນະ
ພັກອົງການຫ້ອງວ່າການກະຊວງ, ຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ, ມີຄະນະຫ້ອງວ່າການກະຊວງ, ກົມກອງອ້ອມຂ້າງ,
ຫ້ອງການ, ຄະນະອຳນວຍການບໍລິສັດ, ລັດວິສາຫະກິດ ແລະ ພະນັກງານຫຼັກແຫຼ່ງ ໃນຫ້ອງວ່າການກະຊວງປ້ອງກັນປະເທດ ເຂົ້າຮ່ວມ.

     ສະຫາຍ ພົນຈັດຕະວາ ທະນູກອນ ສຸລິຍະແສງ ຫົວໜ້າກົມຄົ້ນຄວ້າສັງລວມ ໄດ້ສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານຮອບ
ດ້ານ ປະຈໍາປີ 2023 ເຊິ່ງຕະຫຼອດໄລຍະຜ່ານມາຄະນະພັກ-ຄະນະບັນຊາ ຫ້ອງວ່າການ ກະຊວງປ້ອງກັນປະເທດ ໄດ້ສຶກສາອົບຮົມການ
ເມືອງ-ແນວຄິດ ໃຫ້ພະນັກງານ-ນັກຮົບ ໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງ, ໂດຍສຸມໃສ່ຈັດຕັ້ງເຊື່ອມຊຶມມະຕິກອງປະຊຸມໃຫຍ່
ຄັ້ງທີ XI ຂອງພັກ, ມະຕິຄັ້ງທີ V ຂອງຄະນະພັກກະຊວງປ້ອງກັນປະເທດ ກໍ່ຄືມະຕິຄັ້ງທີ V ຂອງຄະນະພັກອົງການຫ້ອງວ່າການກະຊວງ
ຕິດພັນກັບການໂຄສະນາປາຖະກະຖາເຊື່ອມຊຶມບັນດາມະຕິ-ຄໍາສັ່ງຕ່າງໆ ກໍ່ຄືແນວທາງນະໂຍບາຍຂອງພັກ-ລັດ, ມູນເຊື້ອວັນສຳຄັນຕ່າງໆ
ຂອງຊາດ, ຂອງພັກ, ຂອງກອງທັບ ແລະ ສ້າງຂະບວນການຂ່ຳນັບຮັບຕ້ອນວັນປະຫວັດສາດສຳຄັນຕ່າງໆ ເພື່ອຕີຖອຍປະກົດການຫຍໍ້ທໍ້ຕ່າງໆ
ແລະ ເປັນການປະກອບສ່ວນປະຕິບັດຂໍ້ແຂ່ງຂັນ “ຮັກຊາດ ແລະ ພັດທະນາ” ແລະ ໄດ້ຊຸກຍູ້ການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກ
ແໜ້ນ ຢູ່ບັນດາກົມກອງ-ຫົວໜ່ວຍທຸລະກິດ ທີ່ຂຶ້ນກັບ ແລະ ສຳເລັດ ຈັດຕັ້ງປະເມີນກວດກາໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ
ແລະ ກົມກອງ 03 ປອດ ປະຈຳປີ 2023 ແລະ ທິດທາງແຜນການ ປີ 2024, ສຳເລັດການເປີດ ກອງປະຊຸມໃຫຍ່ຂອງບັນດາໜ່ວຍພັກ
ທີ່ຂື້ນກັນຄະນະພັກອົງການຫ້ອງວ່າການກະຊວງ ຈຳນວນ 31 ໜ່ວຍພັກ ແລະ 04 ໜ່ວຍພັກຮາກຖານ, ສຳເລັດກອງປະຊຸມກາງສະໄໝ
ຂອງຄະນະພັກອົງການ ຫ້ອງວ່າການກະຊວງປ້ອງກັນປະເທດ ສະໄໝທີ V, ສະເໜີອອກບັດສະມາຊິກພັກທົ່ວຫ້ອງວ່າການກະຊວງ ຊຸດ
ທີ IV ຈຳນວນ 308 ສະຫາຍ, ອອກໃບຢັ້ງຢືນຮຽນສະໜັບສະໜູນໃຫ້ມະຫາຊົນກ້າວໜ້າ ຈຳນວນ 41 ສະຫາຍ, ຢັ້ງຢືນຮຽນກົດລະບຽບ
ພັກ ຈຳນວນ 29 ສະຫາຍ, ເຂົ້າພັກສຳຮອງ ຈຳນວນ 40 ສະຫາຍ, ເຂົ້າພັກສົມບູນ ຈຳນວນ 50 ສະຫາຍ, ຍົກຍ້າຍຮ່ວມຊີວິດພັກໄປຢູ່
ບ່ອນໃໝ່ ຈຳນວນ 42 ສະຫາຍ, ມາເພີ່ມຈຳນວນ 32 ສະຫາຍ, ອະນຸມັດຍົກຍ້າຍພະນັກງານໄປຢູ່ກົມກອງໃໝ່ ຈໍານວນ 52 ສະຫາຍ,
ມາເພີ່ມ ຈຳນວນ 11 ສະຫາຍ, ຍົກຍ້າຍພະນັກງານບໍລິສັດລັດ 20 ມັງກອນ ພັດທະນາ ໄປລໍຖ້າສັບຊ້ອນຢູ່ກົມເສດຖະກິດ ຈຳນວນ 63
ສະຫາຍ, ສະເໜີໃຫ້ພະນັກງານ ຜູ້ທີ່ຮອດອາຍຸກະສຽນພັກການຮັບບຳນານ ຈຳນວນ 24 ສະຫາຍ, ຮັບອຸດໜູນເທື່ອດຽວ 13 ສະຫາຍ,
ຄົ້ນຄວ້າຜ່ານຊັ້ນໃຫ້ພະນັກງານ (ເລື່ອນຊັ້ນ ແລະ ທຽບຊັ້ນ) ທັງໝົດ ຈຳນວນ 115 ສະຫາຍ, ໃນນັ້ນໄດ້ຮັບການເລື່ອນຊັ້ນ 81 ສະຫາຍ
ແລະ ທຽບຊັ້ນ 19 ສະຫາຍ, ສະເໜີແຕ່ງຕັ້ງຂັ້ນກົມ, ຫ້ອງການ ຈຳນວນ 02 ສະຫາຍ, ຂັ້ນພະແນກການ ຈຳນວນ 24 ສະຫາຍ, ຂັ້ນ
ກອງຮ້ອຍ ແລະ ຂະແໜງການ ຈຳນວນ 37 ສະຫາຍ, ຂັ້ນຊ່ວຍວຽກ ຈຳນວນ 127 ສະຫາຍ, ສົ່ງພະນັກງານໄປຮຽນກໍ່ສ້າງ-ບຳລຸງ ຢູ່ພາຍ
ໃນ ຈໍານວນ 10 ສະຫາຍ-ຕ່າງປະເທດ 03 ສະຫາຍ, ຝຶກອົບຮົມ ໄລຍະສັ້ນຢູ່ຕ່າງປະເທດ ຈຳນວນ 40 ສະຫາຍ.

ແຫຼ່ງຂ່າວໂດຍ ຂກທ
ວັນທີ 29/12/2023